页面
配色
辅助线
重置
当前位置:首页 > 片区风采 > 东盟资讯

【中老双语】广西建设中国—东盟现代农业种业示范园

2021-07-09 17:41     来源:中国—东盟博览会官网     作者:广西北部湾之声
分享 微信
头条
微博 空间 qq
【字体: 打印

广西建设中国—东盟现代农业种业示范园

ກວາງຊີກໍ່ສ້າງສວນແບບຢ່າງຂະແໜງການກະສິກຳ ແລະ ຂະແໜງການແນວພັນພືດທີ່ທັນສະໄໝຈີນ-ອາຊຽນ

  近日,中国广西壮族自治区官方介绍,广西将全面推进乡村振兴,加快农业农村现代化,创建中国—东盟现代农业种业示范园、海洋水产种业研发基地。

ມື້ມໍ່ໆນີ້,ຕາມການແນະນຳຂອງອໍານາດການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ,ກວາງຊີຈະສົ່ງເສີມການພັດທະນາຊົນນະບົດຢ່າງຮອບດ້ານ,ເລັ່ງລັດພັດທະນາກະສິກຳ ແລະ ຊົນນະບົດໃຫ້ທັນສະໄໝ,ກໍ່ສ້າງສວນແບບຢ່າງຂະແໜງການກະສິກຳ ແລະ ຂະແໜງການແນວພັນພື້ນທີ່ທັນສະໄໝຈີນ-ອາຊຽນ ແລະ ສູນຄົ້ນຄວ້າແນວພັນສັດໃນນ້ຳທະເລ.

  广西是农业大省区、中国“南菜园”,是中国面向东盟开放合作的前沿和窗口。广西官方近日印发《关于全面推进乡村振兴加快农业农村现代化的实施意见》,提出将加快推进农业现代化,大力发展现代种业,深化与东盟国家、《区域全面经济伙伴关系协定》(RCEP)成员国家、“一带一路”沿线国家的种业技术交流合作。

ກວາງຊີເປັນແຂວງທີ່ມີທ່າແຮງດ້ານກະສະກຳ,ເປັນ“ສວນຜັກພາກໃຕ້”ຂອງຈີນ,ທັງເປັນແຖວໜ້າ ແລະ ປ່ອງຢ້ຽມທີ່ປະເທດຈີນເປີດປະຕູ ແລະ ຮ່ວມມືກັບອາຊຽນ.ມື້ມໍ່ໆນີ້,ອໍານາດການປົກຄອງກວາງຊີໄດ້ປະກາດ“ຂໍ້ສະເໜີຈັດຕັ້ງປະຕິບັດກ່ຽວກັບການສົ່ງເສີມການພັດທະນາຊົນນະບົດຢ່າງຮອບດ້ານເພື່ອເລັ່ງລັດການພັດທະນາກະສິກຳ ແລະ ຊົນນະບົດໃຫ້ທັນສະໄໝ”,ໄດ້ສະເໜີໃຫ້ເລັ່ງລັດສົ່ງເສີມການພັດທະນາກະສິກໍາໃຫ້ທັນສະໄໝ,ສົ່ງເສີມພັດທະນາຂະແໜງການປູກຝັງທີ່ທັນສະໄໝ,ລົງເລິກການແລກປ່ຽນ ແລະ ຮ່ວມມືເຕັກນິກແນວພັນພື້ນກັບປະເທດອາຊຽນ,ປະເທດສະມາຊິກການເຈລະຈາສັນຍາການຄ້າເສລີພາກພື້ນອາຊຽນ (RCEP)  ແລະ ປະເທດທີ່ນອນຢູ່ເຂດລຽບ“ໜຶ່ງແລວໜຶ່ງເສັ້ນທາງ”.

老挝。梁艳芝/摄

  此外,广西将加大科技强农力度,创建国家级亚热带农业高新技术产业示范区,优化农业科技园区、科技创新基地(平台)和院士工作站、科技小院等建设,大力发展智慧农业,建设中国—东盟现代农机综合产业园。

ນອກຈາກນັ້ນ,ກວາງຊີຍັງຈະເພີ່ມທະວີການໃນການກໍ່ສ້າງກະສິກຳໃຫ້ມີຄວາມເຂັ້ມແຂງດ້ວຍເຕັກໂນໂລຢີວິທະຍາສາດ,ກໍ່ສ້າງເຂດແບບຢ່າງຂະແໜງການຜະລິດທີ່ມີເຕັກນິກໃໝ່ ແລະ ສູງກະສິກຳເຄິ່ງແຖບຮ້ອນລະດັບຊາດ,ປັບປຸງການກໍ່ສ້າງເຂດນິຄົມເຕັກໂນໂລຢີວິທະຍາສາດກະສິກຳ,ສູນ(ເວທີ)ປະດິດສ້າງໃໝ່ເຕັກໂນໂລຢີວິທະຍາສາດ,ສູນບັນດິດສະຖາບັນວິສະວະກຳສາດ ແລະ ສູນເຕັກໂນໂລຢີວິທະຍາສາດຂະໜາດນ້ອຍ ເເປັນຕົ້ນ,ພັດທະນາກະສິກຳແບບສະມ໋າກຢ່າງຫ້າວຫັນ,ເພື່ອກໍ່ສ້າງສວນຂະແໜງການຜະລິດຄົບວົງຈອນອຸປະກອນກະສິກຳແບບທັນສະໄໝຈີນ-ອາຊຽນ.

  近年来,农业科技合作是广西与东盟国家科技创新合作的重点之一。广西已组织实施农业对外开放合作试验区(站)项目22个,在越南、老挝、文莱等东盟国家输出试种750多个蔬菜、水稻等优新品种,累计示范推广400多万亩。2020年,广西在马来西亚新创建的境外农渔业合作示范区,已筛选出农作物品种30个。

ປີມໍ່ໆນີ້,ການຮ່ວມມືເຕັກໂນໂລຢີວິທະຍາສາດກະສິກຳເປັນໜຶ່ງໃນຈຸດສຳຄັນໃນການຮ່ວມມືນະວັດຕະກໍາໃໝ່ເຕັກໂນໂລຢີວິທະຍາສາດລະຫວ່າງກວາງຊີ ແລະ ປະເທດອາຊຽນ.ກວາງຊີໄດ້ຈັດຕັ້ງປະຕິບັດໂຄງການສູນທົດລອງ ກະສິກຳໃນການຮ່ວມມື ແລະ ເປີດປະຕູສູ່ພາຍນອກ  22 ໂຄງການ,ໄດ້ທົດລອງປູກແນວພັນໃໝ່ ແລະ ດີ ເຊັ່ນ ຜັກ ແລະ ເຂົ້ານາເປັນຕົ້ນ 750 ກວ່າຊະນິດຢູ່ປະເທດອາຊຽນ ກໍຄື ຫວຽດນາມ,ລາວ ແລະ ບຣູໄນເປັນຕົ້ນ,ນັບລວມແລ້ວໄດ້ສົ່ງເສີມ ແລະ ສ້າງເປັນຕົວແບບ  4,000,000 ກວ່າມູ(ເທົ່າກັບ 266.666.67ເຮັກຕາ).ປີ 2020,ໃນສູນແບບຢ່າງຮ່ວມມືຂະແໜງການກະສິກຳ ແລະ ການປະມົງຢູ່ຕ່າງປະເທດທີ່ປະເທດມາເລເຊຍຂອງກວາງຊີທີ່ກໍ່ສ້າງໃໝ່ ໄດ້ຄັດເລືອກແນວພັນກະສິກຳ 30 ຊະນິດ.

  截至目前,广西与东盟国家建立了12个农业科技园区,包括中越边境农业科技走廊、中国—老挝合作农业科技示范基地、中国(广西)—柬埔寨(暹粒)农业科技示范园等,惠及中国和东盟民众。

ຮອດປັດຈະບັນນີ້,ກວາງຊີ ແລະ ປະເທດອາຊຽນໄດ້ຮ່ວມມືກໍ່ສ້າງສູນເຕັກໂນໂລຢີວິທະຍາສາດກະສິກຳ 12 ແຫ່ງ,ເຊັ່ນ:ແລວເຕັກໂນໂລຢີວິທະຍາສາດກະສິກຳຊາຍແດນຈີນ-ຫວຽດນາມ,ສູນແບບຢ່າງເຕັກໂນໂລຢີວິທະຍາສາດກະສິກຳຈີນ-ລາວ,ແລະ ສູນແບບຢ່າງເຕັກໂນໂລຢີວິທະຍາສາດກະສິກຳຈີນ(ກວາງຊີ)-ກຳປູເຈຍ(Siem Reap)ເປັນຕົ້ນ,ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນ ແລະ ອາຊຽນ.

文件下载:

关联文件: